ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ


    ພິທີປະກາດການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2023 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ
ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງ
ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງ, ຄະນະນໍາກົມໃຫຍ່, ຫ້ອງວ່າການ, ກົມກອງທີ່
ຂຶ້ນກັບ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນ
ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໃນນີ້ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ
ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ
ເປັນຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມນັ້ນກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການໂອນ
ກົມການເງິນ ກະຊວງປ້ອງກັນປະເທດ ຂຶ້ນກັບກົມໃຫ່ຍພະລາທິການກອງທັບ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໂອ້ລົມ ຫຼາຍບັນຫາທີ່ສຳຄັນ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າ
ທີ່ໃໝ່ ພ້ອມກັນສືບຕໍ່ຄົ້ນຄວ້າບັນດາແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບຂອງພັກ-ລັດ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະ
ຊວງປ້ອງກັນ ປະເທດວາງອອກມາເປັນບ່ອນອິງຕົ້ນຕໍ, ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ສືບຕໍ່ນຳພາກົມກອງຂອງຕົນເອງດຳເນີນ
ການສຶກສາອົບຮົບການເມືອງ-ນຳພາແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ ດ້ວຍຫຼາຍຮູບການ ແລະ ເພີ່ມທະວີຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ
ທີ່ໄດ້ຮັບມອບໝາຍ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 26/09/2023